ລະບົບຈັດການໂຮງຮຽນ
ໜ້າວຽກຂອງຜູ້ບໍລິຫານ, ວິຊາການ, ການເງິນ ແລະ ບຸກຄະລາກອນ ພ້ອມລາຍງານ ແລະ ການສົ່ງອອກໄຟລ໌.
ຜູ້ພັດທະນາ ERP School
ຂ້ອຍເປັນນັກພັດທະນາຊອບແວທີ່ສ້າງ ERP School ທັງລະບົບດ້ວຍຕົນເອງ — ຕັ້ງແຕ່ຖານຂໍ້ມູນ, API, ເວັບຈັດການ, ແອັບມືຖື ຈົນເຖິງຄູ່ມືພາສາລາວ. ວຽກທີ່ຂ້ອຍຖະນັດແມ່ນການເອົາຂັ້ນຕອນເອກະສານທີ່ຫຍຸ້ງຍາກມາຈັດໃໝ່ໃຫ້ເປັນໜ້າຈໍທີ່ຄົນທົ່ວໄປກົດໃຊ້ໄດ້ເລີຍ.
ERP School ເລີ່ມມາຈາກການເຫັນວ່າໂຮງຮຽນຫຼາຍແຫ່ງເກັບຂໍ້ມູນນັກຮຽນ, ຄະແນນ ແລະ ຄ່າຮຽນແຍກກັນຢູ່ຫຼາຍໄຟລ໌ Excel — ພໍຮອດທ້າຍເທີມກໍ່ຕ້ອງນັ່ງກວດຊ້ຳ, ຕົວເລກບໍ່ກົງກັນ ແລະ ຫາຕົ້ນເຫດບໍ່ໄດ້. ຂ້ອຍຈຶ່ງສ້າງລະບົບທີ່ປ້ອນຂໍ້ມູນຄັ້ງດຽວແລ້ວໃຊ້ໄດ້ທົ່ວທັງໂຮງຮຽນ. ສິ່ງທີ່ໃຫ້ຄວາມສຳຄັນເປັນພິເສດມີ 3 ຢ່າງ: ໜ້າຈໍເປັນພາສາລາວທັງໝົດ, ທຸກໜ້າວຽກມີຄູ່ມືທີລະຂັ້ນຕອນ ແລະ ສິດເຂົ້າເຖິງແຍກຕາມໜ້າທີ່ ເພື່ອໃຫ້ແບ່ງວຽກກັນໄດ້ໂດຍບໍ່ຕ້ອງເປີດຂໍ້ມູນທັງໝົດໃຫ້ທຸກຄົນ.
ໜ້າວຽກຂອງຜູ້ບໍລິຫານ, ວິຊາການ, ການເງິນ ແລະ ບຸກຄະລາກອນ ພ້ອມລາຍງານ ແລະ ການສົ່ງອອກໄຟລ໌.
ຈັດການສິດເຂົ້າເຖິງ, ຄວາມຖືກຕ້ອງຂອງຂໍ້ມູນ ແລະ ການແຈ້ງເຕືອນແບບ realtime ໃຫ້ທັງເວັບ ແລະ ແອັບ.
ຜູ້ປົກຄອງຕິດຕາມການຮຽນ ແລະ ຄ່າຮຽນຂອງລູກ ສ່ວນພະນັກງານລົງເວລາເຂົ້າ-ອອກດ້ວຍ GPS.
ເວັບແນະນຳລະບົບ ພ້ອມຄູ່ມືທີລະຂັ້ນຕອນເປັນພາສາລາວຄົບທຸກໜ້າວຽກ.
ຢາກເບິ່ງວ່າລະບົບເຮັດຫຍັງໄດ້ແດ່? ເປີດຄູ່ມືນຳໃຊ້ ຫຼື ເບິ່ງແພັກເກດ.